ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ລົງ​ຊີ້ນຳ​ການ​ຮຽນ-ການ​ສອນ​
ຢູ່​ວິທະຍາຄານ​ນາຍ​ທະຫານ​ບົກກົມ​ມະ​ດຳ


   ວັນ​ທີ 13 ມີນາ 2023 ນີ້, ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ກຳມະການຄະນະພັກກະຊວງປ້ອງກັນ​ປະເທດ, ຮອງຫົວໜ້າກົມ​ໃຫຍ່​ເສນາ​ທິ​ການ​ກອງ ທັບພ້ອມ​ຄະນະ ລົງ​ຊີ້​ນຳ​ວຽກງານການ​ຮຽນ-ການ​ສອນຢູ່ວິທະຍາຄານ​ນາຍທະຫານ​ບົກກົມ​ມະ​ດຳ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ຫ້ອງ, ພະນັກ ງານ​ຫຼັກ​ແຫຼ່ງ, ນັກຮຽນ-ນັກ​ສຶກ​ສາ ​ໃຫ້ການ​ຕ້ອນຮັບ. ສະຫາຍ ພັນ​ເອກ ບົວ​ໄລ ສີ​ລັກ​ສາ ຫົວໜ້າ​ການ​ທະຫານ ວິທະຍາຄານນາຍທະຫານບົກກົມ​ມະ​ດຳ ໄດ້​ລາຍ​ງານການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ລະບຽບ​ແບບແຜນ, ການ​ຮຽນ-ການ​ສອນ ໃຫ້​ສະຫາຍ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ໄດ້​ຮັບ ​ຊາບ, ຍາມ​ໃດ​ຄະນະ​ພັກ-ຄະນະ​ອຳນວຍ​ການ​ກໍຖື​ເອົາ​ວຽກ​ງານ​ສືກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ, ເອົາ​ການ​ຮຽນ, ການ​ສອນ​ເປັນ​ສຳຄັນໃນ ​ ການ​ເປັນ​ເບົ້າ​ລໍ່​ກໍ່ສ້າງ​ນາຍ​ທະຫານ​ຮັບ​ໃຊ້​ໃຫ້​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ​ສາມາດ​ສ້າງ​ພະນັກງານ​ນຳພາ-ບັນຊາ​ທີ່​ມີ​ຄຸນນະພາບ​ໃນ​ກອງທັບ.

   ໂອກາດ​ນີ້, ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະນະ​ອຳນວຍ​ການສຶບ​ຕໍ່​ສືກ​ສາ​ອົບຮົມ​ວຽກ​ງານ​ການເມືອງ-ນຳພາ​ແນວ​ຄິດ​ເປັນ ​ ສຳຄັນ, ເອົາໃຈໃສ່​ກວດກາ​ແຜນການ​ຮຽນ, ການ​ສອນ​ແລະ​ລະບຽບ​ແບບແຜນ. ພ້ອມ​ນັ້ນ​ຍັງ​ໄດ້​ເນັ້ນ​ໃຫ້​ພະນັກງານ​ນັກຮຽນ-ນັກ​ສຶກ​ສາ ຈົ່ງ​ເອົາໃຈ ໃສ່​ປະ ຕິບັດ​ຂໍ້​ກຳນົດ 7 ລະບອບ 18 ວຽກ​ຂອງ​ກອງທັບ​ ກໍຄື​ລະບຽບ​ຂອງ​ວິທະຍາຄານ​ວາງ​ອອກ​ໃຫ້​ເຂັ້ມ​ງວດ, ຕັ້ງໜ້າ​ສືກ​ສາ​ອົບຮົມ​ການເມືອງ, ການ​ທະຫານ ​ແລະ​ ວິຊາ​ສະເພາະ​ເຫຼົ່າ​ຮົບ​ຕ່າງໆ​ກຳ​ແໜ້ນ​ບົດຮຽນ​ທັງ​ພາກ​ທິດ​ສະ​ດີ​ ແລະ ພາກ​ປະຕິບັດ​ຕົວ​ຈິງ​ເພື່ອ​ສ້າງ​ໃຫ້​ຕົນ​ເອງ​ກາຍເປັນ​ພະນັກງານ​ສຶບ​ທອດ​ປ່ຽນ​ແທນ ​ໃນ​ກອງທັບ.

ແຫຼ່ງທີ່ມາ:ລຸນ​ທອງ ສີ​ບຸນ​ເຮືອງ
ວັນທີ 16/03/2023